ປະທັບໃຈຄຳເວົ້າລັດຖະມົນຕີຕ່າງປະເທດ”USA”

ການປະຊຸມຜູ້ນຳຊາດອາຊຽນທີ່ປະເທດໄທ,ເຊີ່ງເປັນໂອກາດທີ່ລັດຖະມົນຕີ
ຕ່າງປະເທດຢ່າງເຮລາຣີ ຄິນຕັນໄດ້ເຂົ້າຮ່ວມກອງປະຊຸມນຳ.
ເປັນເຫດໃຫ້ຂ້ອຍສົນໃຈເປັນພິເສດ.

  • ກ່ອນນີ້ບໍ່ດົນ…ບາລັກໂອບາມ້າໄດ້ລືບລາວ,ຫວຽດນາມແລະກຳປູເຈ້ຍອອກຈາກບັນຊີດຳ.
  • ນອກຈາກນີ້,ເຮລາຣີຍັງໄດ້ປະຊຸມນອກຮອບກັບປະເທດລາວ,ຫວຽດ,ກຳປູເຈ້ຍ.ນັ້ນສະແດງວ່າ
    ລັດຖະບານເມກາຊຸດນີ້ໃຫ້ຄວາມສຳຄັນກັບປະເທດພວກເຮົາຫຼາຍຂຶ້ນ.
  • ຂ້ອຍເອງເປັນຜູ້ໜຶ່ງທີ່ເຊຍເຮລາຣີໃນການເລືອກຕັ້ງທີ່ຜ່ານມາ,ແຕ່ເສຍເດຍທີ່ບໍ່ໄດ້.

ໃນສາຍຕາຂ້ອຍ,ລາວເປັນຜູ້ຍິງໄວກາງຄົນທີ່ມີຄຳເວົ້າ,ທ່າທາງແລະການວາງ
ຕົວທີ່ດີ.ຖ້າມີໂອກາດໄດ້ເຫັນລາວແບບໂຕເປັນໆຄືຈະດີ,ຍິງຮູ້ວ່າລາວມາໄທແຮງຕື່ນເຕັນ.
ຢາກເຫັນໂຕແທ້,ໜ້າຊິແມ່ນປະຊຸມຢູ່ລາວເນາະ,ຄືຊິໄດ້ເຫັນໂຕເປັນໆຂອງລາວ.

  • ມື້ຄືນວານນີ້ໄດ້ມີໂອກາດເບິ່ງບົດສຳພາດລະຫວ່າງ ເຮລາຣີ ກັບ ສຸດທິໄຊ ຫຍຸນ
    (ນັກຂ່າວ,ນັກຂຽນທີ່ມີໂອກາດສຳພາດຄົນດັງໆລະດັບແນວໜ້າຫຼາຍທ່ານ).
  • ເປັນການສຳພາດທີ່ມ່ວນດີ.ເປັນການສົນທະນາທີ່ເບິ່ງແລ້ວສະບາຍໆ
    ບໍ່ມີພິທີລີຕອງຫຍັງຫຼາຍ,ລົມໄປຫົວໄປ…ແຕ່ວ່າການເວົ້າຈານັ້ນບໍ່ທຳມະດາເລີຍ.
    ໂດຍສະເພາະມີຕອນໜຶ່ງທີ່ທີ່ພິທີກອນຖາມວ່າ:
    Q : ເປັນຫຍັງເຮລາຣີຈິ່ງຕັດສິນໃຈຮ່ວມລັດຖະບານກັບບາລັກໂອບາມາ,
    ທັງທີ່ເປັນຄູ່ແຂ່ງກັນເປັນຕົວແທນພັກໄປຊິງຕຳແໜ່ງປະທານນາທິບໍດີຂອງເມກາ.

    (ເຊິງຄຳຕອບທີເຮລາຣີເວົ້າ,ໄດ້ສະກິດການເມືອງໄທບໍ່ຫຼາຍກໍ່ໜ້ອຍ)
    ຕາມທີ່ຈື່ໄດ້…..ແມ່ນລາວເວົ້າປະມານນີ້ແລະ……
    A : ເຮລາຣີວ່າ: ຄຳຖາມນີ້ມີຄົນຖາມຫຼາຍທີ່ສຸດໃນຕອນທີ່ໄປອິນເດຍແລະອິນໂດເນເຊຍ.
    ອາດຈະແມ່ນທີ່ເຮົາເປັນຄູ່ແຂ່ງກັນໃນຕອນນັ້ນ,ແຕ່ເມື່ອພາຍຫຼັງການເລືອກຕັ້ງສີ້ນສຸດລົງ.
    ທຸກຄົນຕ່າງກໍ່ຍອມຮັບຄວາມຈິ່ງ,ເຄົາລົບສິດທິຂອງກັນແລະກັນ.ບໍ່ມີການແບ່ງແຍກພັກ.
    ສິ່ງທີ່ຄວນເຮັດຫຼັງຈາກເລືອກຕັ້ງແມ່ນການນຳພາປະເທດສູ່ການເປັນປະຊາທິປະໄຕ
    ບໍ່ແມ່ນເລື່ອງສ່ວນຕົວຫຼືສ່ວນລວມຂອງຝ່າຍໃດຝ່າຍໜຶ່ງ. ເມື່ອທຸກຄົນຍັງຢືດຖືຕົນເອງເປັນຫຼັກ
    ແລ້ວໃຜຈະເປັນຄົນຊ່ວຍສ່ວນລວມ.ແລະນັ້ນເປັນເຫດທີ່ລາວເລືອກທີ່ຈະຊ່ວຍລັດຖະບານຂອງ
    ໂອບາມ້າ(ຕ່ຳໄທໂປ້ະໆໆເລີຍຊ່ວງນີ້).

ເຊິ່ງກ່ອນໜ້າທີ່ລາວຈະມາເປັນລັດຖະມົນຕີຕ່າງປະເທດນັ້ນ.ໂອບະມາໄດ້ໂທມາຫາລາວ,
ເພື່ອໃຫ້ລາວຮັບຕ່ຳແໜ່ງນີ້.(ປະມານນີ້ແລະທີ່ຈື່ໄດ້).
ຖ້າດີແທ້ຄວນຊອກເບິ່ງວີດິໂອຕອນສຳພາດນັ້ນໜ້າຈະດີກວ່າການອ່ານໂດຍຂ້ອຍຂຽນ.

ບ່ອນໃດທີ່ເຂົ້າເອີ້ນວ່າ : ຄວາມສຸກ?

ຄົນເຮົາເກີດມາຕ່າງກໍ່ຢາກມີຄວາມສຸກ,ບໍ່ວ່າສຸກນັ້ນຈະເປັນເລື່ອງທຸກຂອງຄົນອື່ນກໍ່ຕາມ.
ທຸກຄົນຕ່າງກະພະຍາຍາມດິ້ນລົ້ນສະແຫວ່ງຫາມັນຕໍ່ໄປ – The Happiness -
ອາດຈະເວົ້າໄດ້ງ່າຍໃນກໍລະນີ: ຄວາມສຸກຂອງຜູ້ຂຽນແລະຄວາມສຸກຂອງຜູ້ຄອມເມັ້ນ.
ບໍ່ຮູ້ວ່າຄົນອື່ນຈະຄິດແນວໃດ.ແຕ່ສຳລັບເຮົາແລ້ວການໄດ້ຂຽນເລື່ອງທີ່ໂຕເອງທະນັດ,
ໄດ້ຂຽນເຫດການທີ່ຄິດ……………………….
ອະທິບາຍອອກມາເປັນຕົວໜັງສື,ໂດຍມີສະໜອງເປັນຜູ້ສັງການ.ແນ່ນອນ…ຂ້ອຍຈະມັກ
ອ່ານປື້ມກ່ຽວກັບປະສົບການຂອງບັນດານັກຂຽນທີ່ຄິດນອກກອບ,ນັກຂຽນທີ່ມີປະສົບການ
ເຮັດວຽກໂດຍໄດ້ເລົ່າປະສົບການຜ່ານຕົວໜັງສື,ອ່ານຍາມໃດໄດ້ແງ່ຄິດດີໆຍາມນັ້ນ.
ເຖິງວ່າເຮົາຈະບໍ່ສາມາດນຳຄວາມຮູ້ດັ່ງກ່າວມາປະຕິບັດໄດ້ໝົດກໍ່ຕາມ,ແຕ່ຢ່າງໜ້ອຍ
ມັນກໍ່ຊ່ວຍໃຫ້ມີຄວາມຄິດດີໆ…ໃຫ້ເຮົາສາມາດປະຍຸໃຊ້ໃນການຂຽນໄດອະຣີ່ເຮົາ ^ ^

ມື້ນີ້…ບໍ່ມີຫຍັງຫຼາຍ,ພຽງແຕ່ເປັນການເລີ່ມຕົ້ນການຍ້າຍບ້ານມາຈາກພັນລາວ,ມາຢູ່ເວັບນີ້
ເຊິ່ງແນ່ນອນວ່າ ສະບາຍໃຈກວ່າຕອນທີ່ຖືກຄົນຄອມເມັ້ນເນັບເຮົາ -.-*
ເສຍຄວາມຮູ້ສຶກສຸດຍອດ…..ເລີຍວ່າ : ເຮົາຄວນປ່ຽນຕົວເອງກ່ອນທີ່ຄົນອື່ນຈະປ່ຽນເຮົາ.

ໂຄສະນາຢູ່ເທິງຫົວຄົນ.

ການໂຄສະນາແມ່ນການສ້າງພາບໃຫ້ຄົນເຊື່ອ,ແລະຈະເຊື່ອຫຼືບໍນັ້ນແລ້ວແຕ່ມຸມມອງຂອງແຕ່ລະຄົນ. ເສດຖະກິດມີຜົນກະທົບຕໍ່ການໂຄສະນາເຊັ່ນດຽວກັນ.
ເພາະ5ໂມງແລງມື້ນີ້ຂ້ອຍໄດ້ເບິ່ງຂ່າວໂທລະພາບ,ເຫັນກະເຈົ້ານຳສະເໜີເລື່ອງການໂຄສະນາຂອງປະເທດອາເມລິກາ. ແຕ່ສຳລັບຂ້ອຍຄິດວ່າອາດຈະຍ້ອນເສດຖະກິດຕົກຕໍ່າ,ເຮັດໃຫ້ການໂຄສະນາຕາມປາຍຕ່າງໆ,ຢູ່ຕາມສະຖານນີຂົ່ນສົ່ງ,ລົດໄຟໃຕ້ດິນຕ່າງໆ,ເຖິງຈະດຶງກົນລະຍຸດແນວໃດຄົນກໍ່ບໍ່ສົນໃຈນຳສິນຄ້ານັ້ນໆ(ພໍເທື່ອໃດ). ດັ່ງນັ້ນຢູ່ອາເມລິກາໄດ້ມີການໂຄສະນາຢູ່ເທິງຫົວຄົນ(ອາດງົງແມ່ນບໍ?),ແມ່ນແລ້ວ,ບໍ່ຕ້ອງງົງ..ມັນແມ່ນຫົວຄົນ. ແຕ່ວ່າສຳຫຼັບພວກເຮົາເຈົ້າຂ້ອຍອາດຟັງແລ້ວຖືວ່າເປັນສິ່ງແປກໃໝ່ເນາະ,ແຕ່ຢູ່ອາເມລິການຖືວ່າມີມາດົນແລ້ວເລື່ອງການລົງໂຄສະນາໂດຍອາໃສ່ຮ່າງກາຍມະນຸດເປັນບ່ອນໂຄສະນາ.ແຕ່ເທື່ອນີ້ສ້າງຄວາມຫື່ຫາຫຼາຍເປັນພິເສດນັ້ນກໍ່ແມ່ນການໃຊ້ຫົວຂອງຄົນເປັນພື່ນທີ່ໂຄສະນາ
ເປັນການໂຄສະນາຂອງສາຍການບິນຢູ່ອາເມິລາ(ບໍ່ຮູ້ຊື່),ໂດຍຈະຂຽນເລື່ອງການຫຼດລາຄາຂອງສາຍການບິນບໍລິສັດຕົວເອງໃສ່ທາງງ່ອນ(ຫົວ)ຂອງຄົນ.ເຊິ່ງຄົນທີ່ເປັນອາສາສະມັກຕ້ອງກົນຫົວຈົນໝົດ(ຍິງຊາຍໄດ້ໝົດ),ໂດຍການສັກລາຍຕົວໜັງສື(ຊົ່ວຄາວ)ໃຊ້ຫົວຄົນ,ຮອດ4ເດືອນແລ້ວຕົວໜັງສືດັ່ງກ່າວນັ້ນຈະລືບອອກເອງ. ເຊື່ອບໍ,ມີຄົນມາຍອມເປັນນາຍແບບໂຄສະນາໃຫ້ກະເຈົ້າ(ເຊີຍເນາະ?)
ຄົນທີ່ມາເຮັດກະເຈົ້າຕອບວ່າ ຖືວ່າເປັນສິນລະປະແບບໜຶ່ງ,ແຖມໄດ້ເງີນອີກ. ເພາະຖືວ່າດີກວ່າຂາຍບໍລິການທາງເພດ(ວ່າຊັນເຫິ່ໆໆ).
ຄົນສ້າງສັນງານນີ້ຕອບວ່າ: ຖ່າຍຮູບອອກມາເວລາຂຶ້ນປາຍໂຄສະນາແລ້ວຄົນອື່ນເຫັນແລ້ວສາມາດຕື່ນຕາພໍສົມຄວນ.ແລະເວລາຄົນທີ່ໄດ້ສັກລາຍຕົວໜັງສືເທິງຫົວຍ່າງໄປໃສ່,ຄົນອ້ອມຂ້າງກໍ່ຈະສາມາດອ່ານແລະສົນໃຈເຖິງບໍລິສັດສາຍການບິນຂອງໃຜ.(ເຫິ່ໆໆແຮງໆໆເລີຍໂຄສະນານີ້).

ໃນອານາຄົດຈະມີໂຄສະນາທີ່ແຮງກວ່ານີ້ບໍ, ກໍ່ຕ້ອງຕິດຕາມກັນໄປ.ລາວເຮົາປານໃດຈະມີໂຄສະນາສ້າງສັນດີໆຝີມືຄົນລາວເຮົາແດ່ເນາະ(ອານາຄົດຂ້າງໜ້າຄືຈະໄດ້ເຫັນກັນແລະນໍ).

ກາງເດືອນມາສາ

ຜ່ານພົ້ນມາ3ມື້ທີ່ບໍ່ໄດ້ເຫັນແສງຕາເວັນ,ຫຼັງຈາກທີ່ເຫັນແຕ່ທ້ອງຟ້າທີ່ເປັນສີເທົາ,ຖ້າບໍ່ເບິ່ງເວລາເກືອບຈະບໍ່ຮູ້ຊຳວ່າ”ມັນແມ່ນຕອນເຊົ້າຫຼືຕອນແລງ,ເພາະບັນຍາກາດມັນແຍກບໍ່ອອກຍ້ອນອາກາດ”. ມື້ວານນີ້ກໍ່ເຊັ່ນກັນ,ພິເສດແຕ່ວ່າຝົນຕົກຫຼາຍກວ່າ3ມື້ທຳອິດ.

ມື້ນີ້ເລີຍຕື່ນສວຍ(ອີກມື້ແລ້ວ),ແຕ່ກໍ່ດີທີ່ພໍຕື່ນມາກໍ່ໄດ້ເຫັນແສງຕາເວັນສ່ອງແສງຜ່ານແວນປ່ອງອຽມເຂົ້າມາຫ້ອງນອນຂ້ອຍ,ນັ້ນຖືວ່າມື້ໃໝ່ໄດ້ເລີ່ມຂຶ້ນແລ້ວ(ແມ່ນບໍ).

ເຖິງແມ່ນວ່າມື້ນີ້ມັນອາດຈະແມ່ນວັນເສົາທີ່ໜ້າເບື່ອ,ແຕ່ກະບໍ່ມີຍັງສາມາດເຮັດໃຫ້ຂ້ອຍຈະຢຸດຄິດຮອດໃຜບາງຄົນ.ຄົນທີ່ຄັ້ງໜຶ່ງຂ້ອຍເຄີຍເອີ້ນວ່າ “ຄົນສຳຄັນ”.

ຄົນສຳຄັນທີ່ຖືກຝັ່ງໄວ້ໃນອະດິດໄປແລ້ວ4ປີ.ຄົນສຳຄັນທີ່ເຮັດໃຫ້ຂອ້ຍຮູ້ວ່າບໍ່ມີຍັງແນ່ນອນ.

ຄົນສຳຄັນທີ່ບອກວ່າ”ບໍ່ເປັນແນວນັ້ນເດາະ” ແຕ່ແລ້ວກໍ່ເປັນເອງ.

ຜົນອອກມາກໍ່ຄື : ມັນເປັນກຳແພງທີ່ແບ່ງອອກເປັນ2ທາງ-ທາງເຈົ້າແລະທາງຂ້ອຍ-

ຈົນກາຍເປັນອະດິດທີ່ຜ່ານໄປແບບບໍ່ມີເລື່ອງໃດໜ້າພູມໃຈເລີຍ.

 

ຄວາມຈິ່ງແລ້ວຄຳວ່າ(ກາງເດືອນເມສາ)ນີ້ແມ່ນ…

ຂ້ອຍຄິດວ່າຊິໄປຫຼິ້ນປີໃໝ່ນຳໝູ່ຢູ່ຕ່າງແຂວງ,ຟັງເບິ່ງແລ້ວຄືວ່າມ່ວນ,ແຕ່ກໍ່ເປັນແຄ່ແຜນອັນໜຶ່ງທີ່ຄາດວ່າຈະເກີດຂຶ້ນ. ເພາະຂາດປັດໃຈດັ່ງນີ້ :

1.ເງີນ.

2.ວຽກ

3.ພໍ່ແມ່.

ບໍ່ບອກກະຄືຈະເດົາອອກວ່າເປັນຫຍັງ3ຂໍ້ນີ້ຄືມາກ່ຽວຂ້ອງ.

ຫວັງວ່າມື້ນັ້ນຄືຊິໄດ້ໄປ,ຫວັງວ່າຄືຊິບໍ່ມີໃຜຫ້າມ,ຫວັງວ່າຈະເປັນມື້ທີ່ມ່ວນ,ຫວັງວ່າຊິເຈິຄົນໃໝ່ໆ,ຫວັງວ່າພາຍຫຼັງປີໃໝ່ຂ້ອຍຊິຊອກວຽກເຮັດໄດ້ນຳໝູ່ແດ່.ເພາະໝູ່ມື້ນີ້ກໍ່ເປັນຄົນເຕະຝຸ່ນໄປແຕ່ລະມື້ລ່າໆ.

 

ຕອນນີ້ 14:15ໂມງ,ກຳລັງຟັງເພງຕິດອົກຕິດໃຈ.ນຶກຫຼືວ່າມາຍຮູ້ເທິຫຼອກ,ລັກເທິໃຫ້ກັບເຄົາໝົດແລ້ວວ.

ຄວາມຈິ່ງເພັງນີກະບໍ່ໄດ້ກ່ຽວຍັງກັບໃຜເດາະ,ຟັງໄປຊື່ໆໆເພາະວ່າບໍ່ໄດ້ຟັງຕັ້ງແຕ່ຢູ່ມໍ5.

ສະໄໜນັ້ນເພັງຈອນນີ້ ກັບLimp bizkitເປັນນັກຮ້ອງທີ່ຂອ້ຍຟັງທຸກມື້.